ข้ามไปที่เนื้อหาหลัก

ຍອດຄຳສຸພາສິດລາວບູຮານ


ຍອດຄຳສຸພາສິດລາວບູຮານແຕ່ໄຊ້ໄດ້ທຸກສະໄໝ


  1. ເກົ້າອົດເກົ້າເຍື້ອນຫາກຊິໄດ້ທ່ອນຄຳ

  2. ເກີດເປັນຄົນໃຫ້ຮຽນຄວາມຮູ້

  3. ເຂົ້າເຕັມເລົ້ານັ່ງເວົ້າກໍຄື ເງິນເຕັມຖົງເວົ້າໂກງກໍໄດ້

  4. ເຂົ້າໃນປ່າຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ

  5. ເຂົ້າຢູ່ເຮືອນເໜືອ ເກືອຢູ່ເຮືອນໃຕ້

  6. ເຄັ່ງຫຼາຍມັນຂາດ ຍານຫຼາຍມັນຂ້ອງ

  7. ເງິນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ

  8. ເງິນຄຳຫາໄດ້ ນ້ຳໃຈຫາຍາກ

  9. ເຈັ້ານາຍບໍ່ດີເຫັນແກ່ເງິນແສນໄຖ່ ເຈົ້ານາຍດີເຫັນແກ່ໄພ່ແສນເມືອງ

  10. ເຈົ້າເຮືອນພາເຂົ້າ ເຈົ້າເຫຼົ້າພາກິນ

  11. ເສຍຄຳທໍ່ຫົວ ບໍ່ທໍ່ເສຍຜົວໃຫ້ເຂົາ

  12. ເສຍໜ້ອຍເສຍຍາກ ເສຍມາກເສຍງ່າຍ

  13. ເສືອໄດ້ກິນເນື້ອເພື່ອປ່າມີໜາມ ໄມ້ງາມເພື່ອເສືອຢູ່

  14. ເສືອຕາຍຍ້ອນໜັງ ຊ້າງຕາຍຍ້ອນງາ ພຣະຍາຕາຍຍ້ອນສົມຣາຊບັດ

  15. ເຊືອກສາມວາລ່າມຊ້າງ ຢ່າອວດອ້າງວ່າໂຕດີ

  16. ເດືອນຫົກຢ່າຂີ່ມ້າ ເດືອນຫ້າຢ່າໄຕຂົວ

  17. ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແຕ່ງໄຖ

  18. ເດີນຕາມຫລັງຣາຊສີ ດີກວ່າເດີນຕາມກົ້ນໝາວັດ

  19. ເບິ່ງຄົນໃຫ້ເບິ່ງໜ້າ ເບິ່ງຜ້າໃຫ້ເບິ່ງເຊີງ

  20. ເບິງວັດໃຫ້ເບິ່ງຖານ ເບິ່ງບ້ານໃຫ້ເບິ່ງຄົວ

  21. ເຕົ່າກຸ້ມປາກເຕົ່າ ແລນກຸ້ມປາກແລນ

  22. ເຖົ້າແລ້ວຈິ່ງມາພໍ້ຫຍ້າຫວາຍ ບາດຊິຕາຍແລ້ວຈິ່ງມາພໍ້ຫຍ້າປ້ອງ

  23. ເປັນຂ້ອຍໃຫ້ເປັນຂ້ອຍອາດຍາ ເປັນໝາໃຫ້ເປັນໝາວັດ

  24. ເປັນຄົນໃຫ້ເພິ່ນໃຊ້ ເປັນໄມ້ໃຫ້ເພິ່ນຟັນ

  25. ເປັນນາຍໃຫ້ຮັກໄພ່ ເປັນໃຫຍ່ໃຫ້ຮັກລູກບ້ານ ຂີ້ຄ້ານໃຫ້ຄ່ອຍພຽນຈາ

  26. ເພິ່ນເຫັນໂຕຢ່າອຳເອົາໄວ້ ບາດໂທດຕ້ອງມາປີ້ນໃສ່ໂຕ

  27. ເລືອກຜັກໄດ້ກິນບົ້ງ ເລືອກຂາໂປ້ງໄດ້ຂ້າກິ່ວ ເລືອກຕາຫຼິ່ວໄດ້ຕາບອດ

  28. ເວົ້າຕໍ່າຜີຢໍ່າລົງ ເວົ້າສູງຜີຈູງຂຶ້ນ

  29. ເຫັນເພິ່ນຫາມໝູ ຢ່າຊູ່ເອົາໄມ້ຄານໄປສອດ

  30. ເຫັນເພິ່ນທຸກຢ່າຫານ ເຫັນເພິ່ນມານຢ່າທ້ວງ

  31. ເຫັນເສືອໃຫ້ໜີ ເຫັນຫີໃຫ້ເດົ້າ ຄວາມເຖົ້າເພິ່ນສອນ

  32. ເຫັນແກ່ເງິນແສນໄຖ່ ບໍ່ເຫັນແກ່ໄພແສນເມືອງ

  33. ເຫັນເມຍທ່ານຢ່າທ້າ ເຫັນໜ້າເພິ່ນຢ່າຍິງ

  34. ເອົາຍ່າມາຢູ່ກັບລູກໃພ້ ປານເອົາໄຂ້ມາໃສ່ຄີງ

  35. ເອົາລູກໃພ້ມາລ້ຽງຍ້າ ປ້ານເອົາຫ່າເຂົ້າເຮືອນ

  36. ເອົາລູກເຂີຍມາລ້ຽງພໍ່ເຖົ້າ ປານໄດ້ເຂົ້າເຕັມເລົ້າເຕັມເຍຍ

  37. ເອົາລູກເພິ່ນມາລ້ຽງ ເອົາໝ້ຽງເພິ່ນມາອົມ

  38. ເອົາຫູໄປນາ ເອົາຕາໄປໄຮ່

  39. ເອີ້ນກິນແລ່ນໃສ່ ເອີ້ນໃຊ້ແລ່ນໜີ

  40. ເຮັດກິນຢ່າຄ້ານ ເຂົ້າບ້ານຢ່າອາຍ ເຫັນຄົນຕາຍຢ່າຂີ້ດຽດ

  41. ເຮັດນາຢ່າແພງກ້າ ໄປຄ້າຢ່າແພງທຶນ

  42. ເຮັດອັນໃດໃສ່ໃຈອັນນັ້ນ ຊູ້ເຂ່ຍຂ້າງພັນຊັ້ນຢ່າຫຼຽວ

  43. ເຮັດວຽກຢ່າພັດວັນ ປະກັນຢ່າພັດມື້

  44. ເຮັດໄຮ່ພໍກະຈາ ເຮັດນາພໍກະເທີນ ບັງເອີນໄດ້ທຸກ

  45. ເຮັດບຸນເອົາໜ້າ ພາວະນາເອົາລາບ

  46. ແກ້ວບໍ່ພັດສາມປີເປັນແຫ່ ພີ່ນ້ອງບໍ່ແວ່ສາມປີເປັນເພິ່ນ

  47. ແຂ່ງເຮືອແຂ່ງພາຍແຂ່ງໄດ້ ແຂ່ງບຸນວາດສະໜາແຂ່ງຍາກ

  48. ເຊື້ອໝາກຕ້ອງບໍ່ຫ່ອນຫຼົ່ນໄກກົກ ເຊື້ອຜົມດົກບໍ່ຫ່ອນເປັນຫົວລ້ານ

  49. ແມງເມົ່າບິນຢູ່ຟ້າ ບໍ່ມີມົ້ມປາກອື່ງຢາງ

  50. ແລນໄວໄດ້ສາມເຫລົ່າ ເຕົ່າໄວໄດ້ສາມໜອງ

  51. ແຫວນດີຍ້ອນຫົວ ຜົວດີຍ້ອນເມຍ

  52. ໂຕບໍ່ກິນທ້ອງຊໍ້າຢາກ ໂຕບໍ່ປາກແຕ່ໃຈມັນຄິດ

  53. ໂຕບໍ່ຊ່າງວ່າໄມ້ມັນໜຽວ ໂຕຫີຄຽວວ່າກັມວ່າເວນ

  54. ໂຜດເຕົ່າໃຫ້ເຖິງໜອງ ທານຄ້ອງໃຫ້ເຖິງວັດ

  55. ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ

  56. ໄກ່ສາມເດືອນພໍຂ້າ ມ້າສາມເດືອນພໍຂີ່

  57. ບໍ່ໄດ້ເສຍບໍ່ມີບ່ອນໄວ້ ບໍ່ໄດ້ໄຊ້ເປັນໜີ້ເທົ້າຕາຍ

  58. ໄດ້ເມຍດີປານແກ້ວຄູນລ່າງ ໄດ້ເມຍຊ່າງປານແກ້ວຄູນເຮືອນ

  59. ໄດ້ເຕົ່າເສຍໝາ ໄດ້ປາເສຍແຫ

  60. ໄປຫາພະໃຫ້ເອົາເຄື່ອງໄປຖວາຍ ໄປຫານາຍໃຫ້ເອົາເຄື່ອງໄປຕ້ອນ

  61. ໄປເຮືອນເພິ່ນຢ່ານັ່ງດູດາຍ ໃຫ້ປັ້ນຮູບງົວຮູບຄວາຍໃຫ້ລູກເພິ່ນຫຼິ້ນ

  62. ໄຟໄໝ້ປ່າຈິ່ງເຫັນໜ້າໜູ ນ້ຳຖ້ວມຮູຈຶ່ງເຫັນໜ້າຈີ່ຫຼໍ່

  63. ໄມ້ແກ່ກວ່າຫຼົວ ຈົວແກ່ກວ່າພະ

  64. ໄມ້ລື່ນວາ ປາລື່ນຮ້ອຍ ເດັກນ້ອຍລື່ນຜູ້ໃຫຍ່

  65. ໄມ້ລຳດຽວບໍ່ເປັນກໍ ປໍລຳດຽວບໍ່ເປັນເຫຼົ່າ

  66. ໄມ້ລົ້ມຂ້າມໄດ້ ຄົນລົ້ມຢ່າຟ້າວຂ້າມ

  67. ໃຈຮ້າຍເປັນຜີ ໃຈດີເປັນພຣະ

  68. ໃຈໜັກໄດ້ກິນເຂົ້າ ໃຈເບົາໄດ້ກິນກອຍຫົວໃຫຍ່

  69. ໄວປາກເສຍສິນ ໄວຕີນຕົກກົກໄມ້

  70. ໃຫຍ່ຍ້ອນກິນເຂົ້າ ເຖົ້າຍ້ອນເກີດໄດ້ຫຼາຍປີ

  71. ໃຫ້ຟັງດ້ວຍຫູ ໃຫ້ດູດ້ວຍຕາ ລັກຂະນາໃນໃຈຮູ້ແລ້ວຢ່າເນີ

  72. ກັນດີກວ່າແກ້ ແຮດີກວ່າລົ້ວ ເອົາຜົວດີກວ່າຢູ່ປ່ຽວ

  73. ກາງຄືນເປັນເຫງັນ ກາງເວັນເປັນນົກເຄົ້າ ມື້ເຊົ້າເປັນແມວໂພງ

  74. ກິນບໍ່ຊ່າງກິນເປັນໜີ້ ສີ້ບໍ່ຊ່າງສີ້ ເປັນປາກເປັນຄວາມ

  75. ກິນແມ່ນປາກ ຢາກແມ່ນທ້ອງ ທ່ຽວຂີ້ແມ່ນຂາ

  76. ກິນຫຼາຍທ້ອງແຕກ ແບກຫຼາຍຫຼັງຮັກ

  77. ກິນເຂົ້າຜີໃຫ້ເຈົ້າຮາກ ຄ້ຽວໝາກຜີໃຫ້ເຈົ້າຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ

  78. ຂາຍຂອງໃຫ້ພີ່ນ້ອງ ຂາຍຄ້ອງໃຫ້ເຈົ້າຫົວ

  79. ຂີ້ໝິ້ນຢູ່ສວນຊວນກັນເປັນຫວ້ານ ຊູ້ຢູ່ບ້ານເປັນເພິ່ນຊະເລີຍເຕີຍ

  80. ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ

  81. ຄ້ານກັບເມື່ອຍມັນເກື່ອຍໃສ່ກັນ ໝັ່ນກັບພຽນມັນວຽນຫາກັນ

  82. ຢາກຮູ້ຢ່ານອນຫລັບ ຢາກເຫັນໃຫ້ໄປທ່ຽວ ສ່ຽວຮັກໃຫ້ໄປຫາ

  83. ຄັນແມ່ນໃຈປະສົງແລ້ວ ເມືອງແກວກໍ່ດັ້ນຮອດ ສາຍຕາຈອດຈໍ້ຈ້ຳ ໃນຖ້ຳກໍ່ກົ່ນຫາ

  84. ແດດກໍທົນ ຝົນກໍສູ້ ຮູ້ແລ້ວຄ່ອຍພຽນຈາ

  85. ຄົນຫຼັກຄ້າໃກ້ ຄົນໃບ້ຄ້າໄກ

  86. ຄົນດຳແດງແຍງບໍ່ເປີດ ຄົນຂາວເຫຼືອງເປືອງໄກ່ນ້ອຍ

  87. ຄົນຕາບອດອວນທາງ ຄົນຕາຟາງໄປກ່ອນ ບໍ່ດີ

  88. ຄົນຮັກທໍ່ຜືນຫນັງ ຄົນງຊັງທໍຜືນເສື່ອ

  89. ຄົບຄົນໃຫ້ເບິ່ງໜ້າ ຊື້ຜ້າໃຫ້ເບິ່ງເນື້ອ ລະວັງເສືອຊິຊ້ອນເລັບ

  90. ພົບຄົນດີມີສີແກ່ຕົວ ພົບຄົນຊົ່ວພາຕົວໝົ່ນໝອງ

  91. ຄົບຄົນພານພາໄປຫາພິດ ຄົບບັນດິດພາໄປຫາຜົນ

  92. ຄົບເດັກນ້ອຍສ້າງບ້ານ ຄົບຫົວລ້ານສ້າງເມືອງ

  93. ຄຸນພໍ່ທໍ່ພູເຂົາກ້າ ຄຸນແມ່ທໍ່ຟ້າກັບດິນ

  94. ຄວາມກະຕັນຍູນັ້ນເປັນຄອງນັກປາດ ພຣະບາດເຈົ້າຍໍຍ້ອງວ່າດີ

  95. ຄວາມບໍ່ດີຫາໃສ່ ຄວາມບໍ່ໃຫຍ່ຫາແຖມ

  96. ຄວາມງົວບໍ່ທັນຫາຍ ຄວາມຄວາຍເຂົ້າມາແຊກ

  97. ງົວຄວາຍເຫັນແກ່ຫຍ້າ ຂີ້ຂ້າເຫັນແກ່ກິນແກ່ນອນ

  98. ງົວໂຕດຽວກິນຫຍ້າແຍກໝູ່ ຮ່າບໍ່ພໍ້ກໍເສືອກິນ

  99. ຈອດເຮືອບໍ່ເຖິງທ່າ ຂີ່ມ້າບໍ່ເຖິງທາງ

  100. ສຸກຄາຕົ້ນບໍ່ປານຝານຫົວບົ່ມ ເພິ່ນບົ່ມໃຫ້ບໍ່ປານເຈົ້າບົ່ມເອົາ

ความคิดเห็น

โพสต์ยอดนิยมจากบล็อกนี้

ຄຳບູຊາພຣະຣັຕຕະນະໄຕຣ

ຄໍາບູຊາພຣະຣັດຕະນະໄຕຣ                   ໂຍໂສ ພະຄະວາ ອະຣະຫັງ ສັມມາ    ສັມພຸດໂທ ອິເມຫິ ສັກກາເຣຫິ ຕັງ ພະຄະວັນຕັງ ອະພິປູຊະຍາມິ                    ໂຍໂສ ສະວາກຂາໂຕ ພະຄະວະຕາ  ທັມໂມອິເມຫິ ສັກກາເຣຫິ ຕັງ  ທັມມັງ ອະພິປູຊະຍາມິ ໂຍໂສ ສຸປະຕິປັນໂນ ພະຄະວະໂຕສາວະກະສັງໂຄອິເມຫິ ສັກກາເຣຫິ  ຕັງ ສັງຄັງ ອະພິປູຊະຍາມິ ຄໍານະມັດສະການພຣະຣັດຕະນະໄຕຣ                ອະຣະຫັງ ສັມມາສັມພຸດໂທ ພະຄະວາ ພຸດທັງພະຄະວັນຕັງ ອະພິວາເທມິ   (ຂາບ)                ສະວາກຂາໂຕ  ພະຄະວະຕາ  ທັມໂມ ທັມມັງ ນະມັດສາມິ        (ຂາບ)                ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມາມິ   (ຂາບ) ຄໍານະມັດສະການພຣະພຸດທະເຈົ້າ ນະໂມ ຕັດສະ ພາຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ (ວ່າ 3 ເທື່ອ) ຫົວໃຈ ອິຕິປິໂສວ່າ ອິສ...

The daily routine of a Buddhist monks in Luang Prabang

I want to write some paragraph about the routine of monks in Luang Prabang. Besides this I am going propagate it on social media as much as I could. To provide and promote the positive side of monkshood, is the responsible duty of the monk such me. For one who wants to knows about monk's activities, with pleasure I would like to provide all knowledge I have. Including me, myself also want to learn the differences of various sect in Buddhism. While it will depend upon the branch of Buddhism and the specific roles/titles a given monk may have, much of a typical Buddhist monk’s day is filled with prayer, meditation, and chanting. They typically start their day very early to begin their spiritual practices. To exemplify this, we can look at a day in the life of both a Thai monk and His Holiness the Dalai Lama. 1.       uposa ṃ gakam (chanting pā ṭ imogk 15 daily) 2.      receive food (The monks walk barefoot around the neighb...