ข้ามไปที่เนื้อหาหลัก

ຄຳບູຊາພຣະຣັຕຕະນະໄຕຣ



ຄໍາບູຊາພຣະຣັດຕະນະໄຕຣ

                  ໂຍໂສ ພະຄະວາ ອະຣະຫັງ ສັມມາ    ສັມພຸດໂທ ອິເມຫິ ສັກກາເຣຫິ ຕັງ ພະຄະວັນຕັງ ອະພິປູຊະຍາມິ 
                  ໂຍໂສ ສະວາກຂາໂຕ ພະຄະວະຕາ ທັມໂມອິເມຫິ ສັກກາເຣຫິ ຕັງ ທັມມັງ ອະພິປູຊະຍາມິ
ໂຍໂສ ສຸປະຕິປັນໂນ ພະຄະວະໂຕສາວະກະສັງໂຄອິເມຫິ ສັກກາເຣຫິ ຕັງ ສັງຄັງ ອະພິປູຊະຍາມິ

ຄໍານະມັດສະການພຣະຣັດຕະນະໄຕຣ

               ອະຣະຫັງ ສັມມາສັມພຸດໂທ ພະຄະວາ ພຸດທັງພະຄະວັນຕັງ ອະພິວາເທມິ   (ຂາບ)
               ສະວາກຂາໂຕ  ພະຄະວະຕາ  ທັມໂມ ທັມມັງ ນະມັດສາມິ       (ຂາບ)
               ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມາມິ   (ຂາບ)

ຄໍານະມັດສະການພຣະພຸດທະເຈົ້າ

ນະໂມ ຕັດສະ ພາຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ (ວ່າ 3 ເທື່ອ)

ຫົວໃຈ ອິຕິປິໂສວ່າ

ອິສະວາສຸ ນະໂມພຸດທາຍະ ນະມະພະທະ ຈະພະກະສະ ນະມະອະອຸ

ຫົວໃຈພາຫຸງ

ພາ ມາ ນາ ອຸ ກະ ສະ ນະ ທຸ

ຫົວໃຈພຣະເຈົ້າສິບຊາດ

ເຕ ຊະ ສຸ ເນ ມະ ພູ ຈະ ນາ ວິ ເວ

ຫົວໃຈປາຣະມີ 30ທັດ

ທາ ສີ ເນ ປະ ວິ ຂະ ສະ ອະ ເມ ອຸ    

ຫົວໃຈພຣະອາກາວັດຕາສູດ

ມຸນິນທະ ວະທະນັມໂພຊະ ຄັບພະສັມພາວະ ສຸນທະຣີ ປານີນັງ ສະຣະນັງ ວານີ ມັຍຫັງ ປິນະ ຍະຕັງ ມະນັງ.

ຫົວໃຈພຣະຄາຖາຊິນນະບັງຊອນ

ຊະ ຈະ ຕະ ສະ ສີ ສັງ ຫະ ໂກ ທະ ກະເກ ນິ ກຸ ໂສ ປຸ ເຖ ເສ ເອ ຊະ ຣະ ທະ ຊະ ອາ ຊິ ວາ ອະຊິ ສະ ອິ ຕັງ.

ຄາຖາພຣະພຸດທະເຈົ້າ16ພຣະອົງ

 ນະມະນະອະ ນໍກໍນະອະ ກໍອໍນໍອະ ນະອະກະອັງ ອຸມິອະມິ ມະຫິສຸຕັງ ສຸນະພຸດທັງ ສຸອະນະອະ.

ບົດເເຜ່ເມດຕາໃຫ້ເເກ່ຕົນເອງ

ອະຫັງ ສຸຂິໂຕ ໂຫມິ 

ຂໍໃຫ້ຂ້ານ້ອຍມີຄວາມສຸກ

ນິທຸກໂຂ ໂຫມິ    
ໃຫ້ຂ້ານ້ອຍເປັນຜູ້ບໍ່ມີຄວາມທຸກ

ອະເວໂຣ ໂຫມິ 
     
ຂໍໃຫ້ຂ້ານ້ອຍເປັນຜູ້ມີບໍ່ມີເວນ

ອັບພະຍາປັດໂສ ໂຫມິ

 ຂໍໃຫ້ຂ້ານ້ອຍເປັນຜູ້ບໍ່ມີການບັງບຽດ

ອະນິໂຄ ໂຫມິ

 ຂໍໃຫ້ຂ້ານ້ອຍເປັນຜູ້ບໍ່ມີຄວາມທຸກ ກາຍ ທຸກໃຈ

ສຸຂີ ອັດຕານັງ ປະຣິຫະຣາມິ

ຂໍໃຫ້ຂ້ານ້ອຍມີຄວາມສຸກກາຍສຸກໃຈ ຮັກສາຕົນໃຫ້ພົ້ນໄພອັນຕະລາຍທັງສິ້ງເຖີ້ນ

ເເຜ່ເມດຕາໃຫ້ກັບບິດາມາດາ ຍາດມິດ ( ຄູອາຈານ ເຈົ້າກັມນາຍເວນ)

ອິທັງເມ ມາຕາປີິຕູນັງ ໂຫຕຸ ສຸຂິຕາ ໂຫນຕຸ ມາເຕປິຕະໂຣ

ຂໍສ່ວນບຸນກຸສົນນີ້ຈົ່ງສຳເລັດແກ່ມານດາບິດາ ຂອງຂ້ານ້ອຍ ຂໍໃຫ້ມານດາ ບິດາ ຂອງຂ້ານອຍມີຄວາມສຸກ

  ອິທັງເມ ຍາດຕິນັງ ໂຫຕຸ ສຸຂິຕາ ໂຫຕຸ ຍາດຕະໂຍ      
                            
 ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ຍາດທັງຫຼາຍ ຂອງຂ້ານ້ອຍ ຂໍໃຫ້ຍາດທັງຫຼາຍຂອງຂ້ານ້ອຍມີຄວາມສຸກ

ອະທັງເມ ຄູອຸປະຊາຍາ ຈະຣິຍານັງ ໂຫຕຸ ສຸຂິຕາ ໂຫຕຸ ຄູອຸປະຊາຍາຈະຣິຍາ

ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ຄູຣອຸປະຊາ ອາຈານຂອງຂ້ານ້ອຍ ຂໍໃຫ້ຄູຣອຸປະຊາອາຈານຂອງຂ້ານ້ອຍຈົ່ງມີຄວາມສຸກ;

ອະທັງ ສັພພະເທວະຕານັງ ໂຫຕຸ ສຸຂິຕາ ໂຫຕຸ ສັພເພ ເທວາ

ຂໍສ່ວນບຸນກຸສົນນີ້ຈົ່ງສຳເລັດແກ່ເທວະດາທັງຫຼາຍ,ຂໍໃຫ້ເທວະດາທັງຫຼາຍຈົ່ງມີແຕ່ຄວາມສຸກ

ອິທັງ ສັພພະເປຕານັງ ໂຫຕຸ ສຸຂິຕາ ໂຫຕຸ ສັພເພ ເປຕາ

ຂໍສ່ວນບຸນກຸສົນນີ້ຈົ່ງສຳເລັດແກ່ເປຣດທັງຫຼາຍ ຂໍໃຫ້ເປຣດທັງຫຼາຍຈົ່ງມີຄວາມສຸກ

ອິທັງ ສັພພະເວຣິນັງ ໂຫຕຸ ສຸຂິຕາ ໂຫຕຸ ສັພເພເວຣິ

ຂໍສ່ວນບຸນກຸສົນນິ້ຈົ່ງສໍາເລັດ ແກ່ເຈົ້າກຳນາຍເວນທັງຫຼາຍ ຂໍໃຫ້ເຈົ້າກຳນາຍເວນຈົ່ງມີຄວາມສຸກ

ອິທັງ ສັພພະສັຕຕານັງ ໂຫຕຸ ສຸຂິຕາ ໂຫຕຸ ສັພເພ ສັດຕາ

ຂໍສ່ວນບຸນກຸສົນນີ້ຈົ່ງສຳເລັດແກ່ສັດທັງຫຼາຍ ຂໍໃຫ້ສັດທັງຫຼາຍຈົ່ງມີຄວາມສຸກ
(ຈົບ)
-------------------------------------------------

ເອກກະສານອ້າງອີງ:
  1. ໜັງສື ສູດໄຊຍະມຸງຄຸນແລະ ບົດເທດສະໜາມຸງຄຸນເຮືອນ
  2. ມໍຣະດົກວັດທະນະທັມລາວລ້ານຊ້າງ
  3. ປື້ມ ພຸດທະຄາຖາ
  4. ປື້ມໄຫວ້ພຣະພາວະນາ ແປ
    ອານິສົງຂອງການສູດບົດໄຫວ້ພຣະກ່ອນນອນ 5 ນາທີ ຄື່ເຮັດໃຫ້ຈິດໃຈສະຫງົບ ຮົມເຢັນ ໃນສະມາທິ ທີ່ເກີດຈາກການໄຫວ້ພຣະ ຈະເລີນສະຕິ ແລະການພາວະນາ  ແລະ ຍັງເຮັດໃຫ້ ປ້ອງກັນໄພອັນຕະລາຍຕ່າງໆ  ເປັນການສ້າງບາລະ ອີກແບບໜຶ່ງ
ໝາຍເຫດ :  ຖ້າມີບອນໃດຂາດຕົກບົກຜ້ອງ ຫຼື ຢາກຕຳນິຕິຊົມອັນໃດກໍສາມາດຕິດຕໍ່ມາໃດ້ ໂທ: 020 95050529

ความคิดเห็น

โพสต์ยอดนิยมจากบล็อกนี้

ຍອດຄຳສຸພາສິດລາວບູຮານ

ຍອດຄຳສຸພາສິດລາວບູຮານແຕ່ໄຊ້ໄດ້ທຸກສະໄໝ ເກົ້າອົດເກົ້າເຍື້ອນຫາກຊິໄດ້ທ່ອນຄຳ ເກີດເປັນຄົນໃຫ້ຮຽນຄວາມຮູ້ ເຂົ້າເຕັມເລົ້ານັ່ງເວົ້າກໍຄື ເງິນເຕັມຖົງເວົ້າໂກງກໍໄດ້ ເຂົ້າໃນປ່າຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ ເຂົ້າຢູ່ເຮືອນເໜືອ ເກືອຢູ່ເຮືອນໃຕ້ ເຄັ່ງຫຼາຍມັນຂາດ ຍານຫຼາຍມັນຂ້ອງ ເງິນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ ເງິນຄຳຫາໄດ້ ນ້ຳໃຈຫາຍາກ ເຈັ້ານາຍບໍ່ດີເຫັນແກ່ເງິນແສນໄຖ່ ເຈົ້ານາຍດີເຫັນແກ່ໄພ່ແສນເມືອງ ເຈົ້າເຮືອນພາເຂົ້າ ເຈົ້າເຫຼົ້າພາກິນ ເສຍຄຳທໍ່ຫົວ ບໍ່ທໍ່ເສຍຜົວໃຫ້ເຂົາ ເສຍໜ້ອຍເສຍຍາກ ເສຍມາກເສຍງ່າຍ ເສືອໄດ້ກິນເນື້ອເພື່ອປ່າມີໜາມ ໄມ້ງາມເພື່ອເສືອຢູ່ ເສືອຕາຍຍ້ອນໜັງ ຊ້າງຕາຍຍ້ອນງາ ພຣະຍາຕາຍຍ້ອນສົມຣາຊບັດ ເຊືອກສາມວາລ່າມຊ້າງ ຢ່າອວດອ້າງວ່າໂຕດີ ເດືອນຫົກຢ່າຂີ່ມ້າ ເດືອນຫ້າຢ່າໄຕຂົວ ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແຕ່ງໄຖ ເດີນຕາມຫລັງຣາຊສີ ດີກວ່າເດີນຕາມກົ້ນໝາວັດ ເບິ່ງຄົນໃຫ້ເບິ່ງໜ້າ ເບິ່ງຜ້າໃຫ້ເບິ່ງເຊີງ ເບິງວັດໃຫ້ເບິ່ງຖານ ເບິ່ງບ້ານໃຫ້ເບິ່ງຄົວ ເຕົ່າກຸ້ມປາກເຕົ່າ ແລນກຸ້ມປາກແລນ ເຖົ້າແລ້ວຈິ່ງມາພໍ້ຫຍ້າຫວາຍ ບາດຊິຕາຍແລ້ວຈິ່ງມາພໍ້ຫຍ້າປ້ອງ ເປັນຂ້ອຍໃຫ້ເປັນຂ້ອຍອາດຍາ ເປັນໝາໃຫ້ເປັນ...

The daily routine of a Buddhist monks in Luang Prabang

I want to write some paragraph about the routine of monks in Luang Prabang. Besides this I am going propagate it on social media as much as I could. To provide and promote the positive side of monkshood, is the responsible duty of the monk such me. For one who wants to knows about monk's activities, with pleasure I would like to provide all knowledge I have. Including me, myself also want to learn the differences of various sect in Buddhism. While it will depend upon the branch of Buddhism and the specific roles/titles a given monk may have, much of a typical Buddhist monk’s day is filled with prayer, meditation, and chanting. They typically start their day very early to begin their spiritual practices. To exemplify this, we can look at a day in the life of both a Thai monk and His Holiness the Dalai Lama. 1.       uposa ṃ gakam (chanting pā ṭ imogk 15 daily) 2.      receive food (The monks walk barefoot around the neighb...